ຊ່ອງ Youtube ນີ້ ເປັນຊ່ອງທີ່ນຳສະເໜີວິດີໂອເພື່ອຊ່ວຍໃຫ້ຄູເຂົ້າໃຈເຕັກນິກຕ່າງໆໃນການສອນວິຊາຄະນິດສາດສະບັບປັບປຸງໃໝ່ ພ້ອມທັງເປີດໂອກາດໃຫ້ຄູໄດ້ທົບທວນຄືນການສອນຂອງຕົນເອງ ແລະ ໄດ້ຮຽນຮູ້ກ່ຽວກັບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ CPD. ວິດີໂອເຫຼົ່ານີ້ໄດ້ຮັບການພັດທະນາ ແລະ ສ້າງຂື້ນໂດຍກະຊວງສຶກສາທິການ ແລະ ກິລາ ຂອງ ສປປລາວ, ໄດ້ຮັບການສະຫນັບສະຫນູນໂດຍ JICA.