ໂຄງການຫຼຸດຜ່ອນຄວາມທຸຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ II)
ໂຄງການຊ່ວຍແມ່ເບ່ິງແຍງລູກການໃຫ້ເງິນອຸດໜູນແບບມີເງ່ືອນໄຂແມ່ນການໃຫ້ເງິນອຸດໜູນແກ່ຄອບຄົວທຸກຍາກແລະຄອບຄົວຫາກໍ່ພົ້ນ ທຸກ ທ່ີມີແມ່ຍິງຖືພາ ແລະ ເດັກນ້ອຍ ອາຍຸຕຳກວ່າ 2 ປີ ໂດຍມີເງ່ືອນໄຂວ່າແມ່ຍີງຖືພາຕ້ອງໄດ້ຮັບການກວດທ້ອງກ່ອນເກີດ, ເດັກນ້ອຍຕ້ອງໄດ້ ຮັບການສັກຢາກັນພະຍາດ ແລະ ການຕິດຕາມການຈະເລີນເຕີບໂຕຄອບຄົວຕ້ອງເຂ້ົາຮ່ວມຮັບຟັງການເຜີຍແຜ່ກ່ຽວກັບການປ້ອງກັນການຂາດ ໂພຊະນາການ ແລະ ສົ່ງເສີມສຸຂະພາບເປັນປະຈຳ. ເງິນອຸດໜູນດ່ັງກ່າວຈະນຳໄປຊ້ືອາຫານທ່ີມີໂພຊະນາການສູງ ແລະ ໃຊ້ຈ່າຍຄ່າເດີນທາງເວລາ ໄປສຸກສາລາ ຫືຼ ໂຮງໝໍນ້ອຍ.
ການໃຫ້ເງິນອຸດໜູນແບບມີເງ່ືອນໄຂນ້ີ ແມ່ນຈັດຕ້ັງປະຕິບັດໂດຍກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອເປັນການປະກອບສ່ວນເຂ້ົາໃສ່ວຽກງານໂຄງການຫຸຼດຜ່ອນ ຄວາມທຸກຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ ຢູ່ປະເທດລາວ.